AFC-Borlikhamxay

ວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ ໄດ້ຈັດພິທີເຊັນບົດບັນທຶກທາງດ້ານວິຊາການຮ່ວມກັນກັບຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ

 

ວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ ໄດ້ຈັດພິທີເຊັນບົດບັນທຶກທາງດ້ານວິຊາການຮ່ວມກັນກັບຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ

ຕອນເຊົ້າຂອງວັນທີ 26 ທັນວາ 2023 ຜ່ານມານີ້ ວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ ໄດ້ຮ່ວມລົງນາມຮ່ວມມືທາງດ້ານວິຊາການກ່ຽວກັບການເປີດການຮຽນ - ການສອນລະດັບປະລິນຍາຕີລະບົບພິເສດ ( ພາກວັນເສົາ - ແລະ ວັນ ອາທິດ ) ຂອງຫຼັກສູດຄະນະກະເສດສາດມະຫາວິທະຍາໄລແຫ່ງຊາດ ຂຶ້ນທີ່ວິທະຍາໄລກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ ເຊິ່ງໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຮສ ທອງຫຼອມ ພົມມະວົງ ຮອງຄະນະບໍດີ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ປະລິນຍາເອກ ສູນທອນ ດວງມາລາ ຮັກສາການອຳນວຍການວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ, ມີພະນັກງານງານຄູ - ອາຈານທັງ 02 ຝ່າຍທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນ 17 ທ່ານ ຍິງ 03 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອປຶກສາຫາລືກ່ຽວກັບການຮ່ວມມືທາງດ້ານວິຊາການ ຫຼື ( MOA ) ແລະ ວຽກງານການຈັດຕັ້ງການຮຽນ - ການສອນລະດັບປະລິນຍາຕີຕໍ່ເນື່ອງລະບົບພິເສດ ຈຳນວນ 02 ສາຂາຄື: ສາຂາປູກຝັງ ແລະ ສາຂາລ້ຽງສັດ - ການປະມົງ ( ພາກວັນເສົາ - ແລະ ວັນ ອາທິດ ) ແລະ ການຜັນຂະຫຍາຍເນື້ອໃນ ( MOA ) ເຂົ້າສູ່ທາງການຈັດຕັ້ງປະຕິບັດຕົວຈິງ, ຕະຫລອດຮອດການລົງທະບຽນການຈັດຕັ້ງປະຕິບັດພັນທະອື່ນ ໆ ຂອງນັກສຶກສາຕາມໄລຍະເວລາການຮຽນ - ການສອນຂອງຫຼັກສູດເລີ່ມຈັດຕັ້ງປະຕິບັດປີ 2024 ເປັນຕົ້ນໄປ.
ຫຼັງຈາກນັ້ນປະທານທັງ 02 ຝ່າຍກໍ່ໄດ້ລົງນາມເຊັນບົດບັນທຶກທາງດ້ານວິຊາການ ຫຼື ( MOA ) ຮ່ວມກັນ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດເນື້ອໃນຮ່ວມກັນໃນຕໍ່ໜ້າ, ສຸດທ້າຍກອງປະຊຸມກໍ່ໄດ້ສິ້ນສຸດລົງໃນເວລາ 12:00 ນາທີ ຢ່າງເປັນເອກະພາບຈົບງາມ.


Post a Comment (0)
Previous Post Next Post
AFC-Borlikhamxay

ລາຍການກະສິກຳແລະປ່າໄມ້,ກະຊວງກະສິກຳແລະປ່າໄມ້