AFC-Borlikhamxay

ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ VII ຂອງ ໜ່ວຍພັກວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ.

 


ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ VII ຂອງ ໜ່ວຍພັກວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ.

ໃນຕອນເຊົ້າເວລາ 08:00 ນາທີ ຂອງວັນທີ 05 ສິງຫາ 2024 ຜ່ານມານີ້ ໜ່ວຍພັກວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ ໄດ້ຈັດຕັ້ງດໍາເນີນຈັດຕັ້ງກອງປະຊຸມໃຫຍ່ໜ່ວຍພັກຄັ້ງທີ vii ຂຶ້ນຢ່າງເປັນທາງການຢູ່ທີ່ຫ້ອງປະຊຸມຫໍສະໝຸດວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ ໂດຍການເປັນປະທານເຂົ້າຮ່ວມຂອງ ສະຫາຍ ນາງພູຄຳ ແສງລະພາ ຮອງເລຂາໜ່ວຍພັກວິທະຍາໄລ, ສະຫາຍ ພັດທະຈອນ ແກ້ວພຸດທະວົງ ກຳມະການພັກແຂວງ ເລຂາພັກຮາກຖານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ບໍລິຄຳໄຊ ແລະ ສະຫາຍ ບຸນທະວີ ໄຊຍະເພັດ ຄະ​ນະ​ພັກ​ກະ​ຊວງ, ເລ​ຂາ​ຄ​ະ​ນະ​ພັກ​ຮາກ​ຖານ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາສະມາຊິກພັກສົມບູນເຂົ້າຮ່ວມທັງໝົດ 16 ສະຫາຍ, ຍິງ 07 ສະຫາຍ ມີຄະນະໜ່ວຍພັກ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມທັງໝົດ 31 ສະຫາຍ, ຍິງ 08 ສະຫາຍ.






ກອງປະຊຸມໃຫ່ຍ ຄັ້ງທີ່ VII ຄັ້ງນີ້ ຮອງເລຂາໜ່ວຍພັກວິທະຍາໄລໄດ້ຂຶ້ນຜ່ານບົດລາຍງານການເມືອງໃນໄລຍະ 05 ປີຜ່ານມາຕໍ່ກອງປະຊຸມ ແລະ ວາງແຜນທິດທາງໃນຕໍ່ໜ້າໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານລວມໃນການຈັດຕັ້ງນໍາພາ, ເຊື່ອມຊຶມບັນດາແນວທາງແຜນ
ນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດວາງອອກ, ເຊິ່ງໃນນັ້ນກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດ, ຄຳເຫັນໃສ່ຮ່າງບົດລາຍງານການເມືອງ, ທິດທາງຄາດໝາຍສູ້ຊົນ ກ່ຽວກັບວຽກງານການກໍ່ສ້າງພັກ, ພະນັກງານ ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກຊຸດເກົ່າ, ໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອອ່ນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນ, ການຊີ້ນຳ - ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ 05 ປີຜ່ານມາຢ່າງເປັນຂະບວນຟົດຟື້ນ, ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາທິດທາງ,ແຜນການ 05 ປີ ນັບແຕ່ປີ 2024 ຮອດປີ 2029 ເຊິ່ງໄດ້ຖືເອົາ 06 ແຜນງານ ແລະ 19 ແຜນວຽກເປັນຈຸດສຸມລາຍລະອຽດມີດັ່ງນີ້:
1. ແຜນງານສຶກສາອົບຮົມການເມືອງ - ແນວຄິດ
2. ແຜນງານພັດທະນາຫຼັກສູດການຮຽນ - ການສອນເນັ້ນຄວາມຊຳນານງານ
3. ແຜນງານສ້າງຫຼັກສູດລາຍວິຊາແບບຄວບຄູ່ ແລະ ປັບປຸງເນື້ອໃນລາຍວິຊາ
4. ແຜນງານປັບປຸງພຶ້ນຖານໂຄງລ່າງ, ລະບົບຟາມ ແລະ ເຄື່ອງມືຮັບໃຊ້ພາກປະຕິບັດຕົວຈິງ
5. ແຜນງານສ້າງຄູ່ຮ່ວມງານພາຍໃນ ແລະ ຕ່າງປະເທດ;
6. ແຜນງານພັດທະນາວຽກງານຕາມໜ້າທີ່ການເມືອງຕິດພັນກັບການສ້າງໜ່ວຍພັກພັກປອດໃສເຂັ້ມແຂງ
ໜັກແໜ້ນ.
ນອກນັ້ນກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງເອົາຄະນະພັກຊຸດໃໝ່ໃນກອງປະຊຸມໜ່ວຍພັກ ຄັ້ງທີ VII ໃນຄັ້ງນີ້ ຈໍານວນ 03 ສະຫາຍ, ຍິງ 01 ສະຫາຍຄື:
1. ສະຫາຍ ປ.ອ ສູນທອນ ດວງມາລາ ເປັນເລຂາໜ່ວຍພັກ
2. ສະຫາຍ ນາງ ພູຄໍາ ແສງລະພາ ເປັນຮອງເລຂາໜ່ວຍພັກ
3. ສະຫາຍ ຄໍາເສົາ ສີພັນທະວົງ ເປັນຄະນະພັກ ຜູ້ກວດກາໜ່ວຍພັກ
ໃນຕອນທ້າຍກອງປະຊຸມທ່ານປະທານກອງປະຊຸມກໍ່ໄດ້ມີຄຳເຫັນໃສ່ກັບບົດສະຫຼຸບ ແລະ ແຜນການປະ
ຕິບັດກອງຊຸມໃຫຍ່ຄັ້ງນີ້ໄດ້ຮັບຟັງການປະກອບຄຳເຫັນ ແລະ ການໂອ້ລົມຈາກສອງສະຫາຍຄະນະພັກຂັ້ນເທີງ ເຊິ່ງສະຫາຍໄດ້ສະແດງເຖິງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງພັກຄະນະໜ່ວຍພັກຊຸດເກົ່າທີ່ໄດ້ຊີ້ນຳ-ນຳພາພະນັກງານ, ສະມາຊິກພັກ, ຍາດໄດ້ຜົນສໍາເລັດຫຼາຍດ້ານ ພ້ອມກັນນັ້ນສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ດ້ານອອ່ນ ແລະ ຂໍ້ຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ຈົ່ງໄດ້ສຶບຕໍ່ປັບປຸງ, ແກ້ໄຂ ຈາກນັ້ນສະຫາຍໄດ້ໃຫ້ທິດເຍື່ອງທາງ ວຽກງານແຕ່ລະດ້ານໃນທາງສ້າງສັນ ແລະ ສະແດງຄວາມເຊື່ອໝັ້ນຕໍ່ຄະນະໜ່ວຍພັກຊຸດໃໝ່ທີ່ສຶບຕໍ່ຊີ້ນໍາ - ນຳພາ ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຂອງຄະນະໜ່ວຍພັກວິທະຍາໄລກະສິກໍາ ແລະ ປ່າໄມ້ ບໍລິຄໍາໄຊ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າ ແລະ ຍັງມີບາງຄຳຄິດເຫັນໃນການໂອ້ລົມທັງ 02 ສະຫາຍຄັ້ງນີ້ມີດັ່ງນີ້:
1) ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ແລະ ກໍາແໜ້ນຕໍ່ແຜນພັດທະນາ, ແຜນຍຸດທະສາດ ຂອງວິທະຍາໄລ ຢ່າງຮອບດ້ານ;
2) ເອົາໃຈໃສ່ຊີ້ນຳ - ນໍາພາວຽກງານວິຊາສະເພາະທີ່ຕິດພັນກັບຫຼັກສູດ ໂດຍສະເພາະໃຫ້ມີການປັບປຸງ, ທົບທວນ ແລະ ພັດທະນາຫຼັກສູດໃຫ້ມີຄວາມສອດຄ່ອງ;
3) ເອົາໃຈໃສ່ວຽກງານຄຸ້ມຄອງ, ວຽກງານພະນັກງານຍົກລະດັບໃນຂັ້ນຕ່າງໆ ຂອງພະນັກງານຄູ - ອາຈານໃຫ້ທັນກັບຍຸກສະໄໝ;
4) ເອົາໃຈໃສ່ນໍາພາ - ຊີ້ນໍາວຽກງານວາງແຜນຈັດຕັ້ງປະຕິບັດຕ່າງ ໆ ໃຫ້ມີຄວາມເໝາະສົມ, ຕິດຕາມກວດກາການປເມີນຜົນແຕ່ລະວຽກງານພາຍໃນວິທະຍາໄລໃຫ້ທ່ວງທັນກັບເວລາ;
5) ໃຫ້ຮີບຮ້ອນຜັນຂະຫຍາຍຈັດຕັ້ງມະຕິກອງປະຊຸມໃຫ່ຍ ໃຫ້ທ່ວງທັນກັບເວລາ;
6) ໃຫ້ຮີບຮ້ອນແບ່ງຄວາມຮັບຜິດຊອບພາຍໃນຄືນໃໝ່ ແລະ ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກພາຍໃນວິທະຍາໄລໃຫ້ເໝາະສົມກັບຍຸກສະໄໝ.
7) ເອົາໃຈໃສ່ພັດທະນາຂີດຄວາມສາມາດຂອງພະນັກງານຄູ - ອາຈານ ໃຫ້ແທດເໝາະກັບວິຊາສະເພາະ;
😎
ເພີ່ມທະວີສຶກສາອົບຮົມດ້ານການ - ແນວຄິດພະນັກງານໃຫ້ມີຄວາມໜັກແໜ້ນ ເອົາໃຈໃສ່ຍົກສູງປະສິດ
ທິພາບໃນການສ້າງຄວາມເຂັ້ມແຂງພາຍໃນວິທະຍາໄລ;
9) ຮີບຮ້ອນຜັນຂະຫຍາຍມະຕິຂອງກອງປະຊຸມໃຫ່ຍຄັ້ງນີ້ໃຫ້ທົ່ວເຖິງ ພ້ອມກັນຕິດຕາ ກວດກາຕີລາຄາຢ່າງ ຮອບດ້ານ.
ໃນຂະນະດຽວກັນນັ້ນກອງປະຊຸມຄັ້ງທີ່ VII ຂອງຄະນະໜ່ວຍພັກວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ ກໍ່ໄດ້ປິດລົງໃນເວລາ 12:00 ນາທີ ຢ່າງຈົບງາມ.



Post a Comment (0)
Previous Post Next Post
AFC-Borlikhamxay

ລາຍການກະສິກຳແລະປ່າໄມ້,ກະຊວງກະສິກຳແລະປ່າໄມ້