AFC-Borlikhamxay

ພິທີປ້ອງກັນບົດໂຄງການບົດຈົບຊັ້ນ ຂອງນັກສຶກສາຊັ້ນປີ 3 ທີ່ ວິທະຍາໄລ ກະສິກຳ ແລະ ປ່າໄມ້ບໍລິຄຳໄຊ


ພິທີປ້ອງກັນບົດໂຄງການບົດຈົບຊັ້ນ ຂອງນັກສຶກສາຊນປີ 3 ທີ່ ວິທະຍາໄລ ກະສິກຳ  ແລະ ປ່າໄມ້ບໍລິຄຳໄຊ

ວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ ໄດ້ເປີດພິທີປ້ອງກັນບົດໂຄງການບົດຈົບຊັ້ນຂອງນັກສຶກສາຊັ້ນປີ 3 ຂຶ້ນໃນຕອນເຊົ້າຂອງວັນທີ 14 ສິງຫາ 2023 ທີ່ຫ້ອງປະຊຸມສະໂມສອນຂອງວິທະຍາໄລເປັນກຽດຕາງໜ້າເຂົ້າຮ່ວມເປັນປະທານຂອງ ທ່ານ ອຈ. ພູຄຳ ແສງລະພາ ຮອງອຳນວຍການວິທະຍາໄລ ກະສິກຳ ແລະ ປ່າໄມ້
ບໍລິຄຳໄຊ ເຊິ່ງມີບັນດາ ພະນັກງານຄູ - ອາຈານຜູ້ຄຸ້ມຄອງບົດໂຄງການບົດຈົບຊັ້ນຂອງນັກສຶກສາຊັ້ນປີ 03 ສົກຮຽນ 2022- 2023 ເຂົ້າຮ່ວມຈຳນວນ 53 ທ່ານ ຍິງ 30 ທ່ານ.
ໃນພິທີທ່ານວັດທະນາ ພົມມະຈາລີ ຫົວໜ້າຫົວການພັດທະນາວິຊາການກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງວິທະຍາໄລວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ, ໃຫ້ຄະແນນພາກຂຽນບົດ ແລະ ປ້ອງກັນບົດໂຄງການຈົບຊັ້ນນັກສຶກສາຊັ້ນປີ 03 ສົກປີ 2022 – 2023 ຂອງວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ ສະບັບ ເລກທີ 077 ລົງວັນທີ 17. 07. 2023, ໂອກາດດັ່ງກ່າວຕາງໜ້າທ່ານປະທານກໍ່ໄດ້ກ່າວເປີດກອງປະຊຸມກ່ຽວກັບບັ້ນປ້ອງກັນບົດໂຄງການຈົບຊັ້ນໃຫ້ແກ່ຄະນະຮັບຜິດຊອບ ແລະ ນັກສຶກສາຊັ້ນປີ 03 ເຊິ່ງນັກສຶກສາມີໜ້າເຂົ້າຮ່ວມປ້ອງກັນບົດຈົບຊັ້ນຄັ້ງນີ້ ມີຈຳນວນທັງໝົດ 49 ຄົນ, ຍິງ 23 ຄົນ, ການປ້ອງກັນບົດຈົບໂຄງການຈົບຊັ້ນແມ່ນໄດ້ດຳເນີນແຕ່ ວັນທີ 14 – 18 ສິງຫາ 2023 ເປັນຕົ້ນມາ.ໃນນັ້ນນັກສຶກສາຊັ້ນສູງພາກປົກກະຕິທັງໝົດຈຳນວນ 36 ຄົນ ຍິງ 16 ຄົນ ປະກອບມີ 04 ສາຂາວິຊາຮຽນເຊັ່ນ: ສາຂາວິຊາປູກຝັງພາກຮຽນປົກກະຕິ ຮຸ່ນ 10 ມີນັກສຶກສາຈຳນວນ 07 ຄົນ ຍິງ 00 ຄົນ; ສາຂາວິຊາ ລ້ຽງສັດ ແລະ ການປະມົງ ພາກປົກປະຕິຮຸ່ນ 09 ຈຳນວນ 14 ຄົນ ຍິງ 08 ຄົນ; ສາຂາວິຊາປ່າໄມ້ ພາກຮຽນປົກກະຕິ ຮຸ່ນ 11 ມີຈຳນວນ 02 ຄົນ ຍິງ 00 ຄົນ; ສາຂາວິຊາສັດຕະວະແພດຮຸ່ນ 05 ມີຈຳນວນ 13 ຄົນ ຍິງ 08 ຄົນ; ນັກສຶກສາຊັ້ນສູງຕໍ່ເນື່ອງທັງໝົດຈຳນວນ 13 ຄົນ ຍິງ 07 ຄົນ ປະກອບມີ 03 ສາຂາວິຊາຮຽນເຊັ່ນ: ສາຂາວິຊາປູກຝັງ ຮຸ່ນ 03 ຈຳນວນ 08 ຄົນ ຍິງ 04 ຄົນ; ສາຂາວິຊາລ້ຽງສັດ ແລະ ການປະມົງ ຮຸ່ນ 05 ຈຳນວນ 03 ຄົນ ຍິງ 03 ຄົນ ແລະ ສາຂາວິຊາປ່າໄມ້ຮຸ່ນ 11 ຈຳນວນ 02 ຄົນ ຍິງ 00 ຄົນ; ນອກນັ້ນຕາງໜ້າທ່ານປະທານຍັງໄດ້ກ່າວຄຳຊົມເຊີຍຕໍ່ຄວາມເອົາໃຈໃສ່ຂອງຄູ - ອາຈານຜູ້ຄຸ້ມຄອງບົດໂຄງການບົດຈົບຊັ້ນ ແລະ ນັກສຶກສາ ສາມາດຂຽນບົດໄດ້ສຳເລັດຕາມເວລາທີ່ກຳນົດໄວ້ເປັນຢ່າງດີ, ທ່ານຍັງໄດ້ກ່າວອີກບາງຕອນວ່າການປ້ອງກັນບົດໂຄງການບົດຈົບຊັ້ນຄັ້ງນີ້ແມ່ນຢາກໃຫ້ນັກສຶກສານຳໃຊ້ຄວາມຮູ້ຄວາມສາມາດທີ່ໄດ້ໄປເກັບກຳຂໍ້ມູນບໍ່ວ່າທາງພາກທິດສະດີ ແລະ ປະຕິບັດທີ່ໄດ້ຝຶກງານນຳບັນດາສະຖາທີ່ຕ່າງ ໆ ຜ່ານມາຈົ່ງນຳໃຊ້ໃຫ້ເກີດເປັນປະໂຫຍດເພື່ອຮັບໃຊ້ເຂົ້າໃນສັງຄົມ ແລະ ຄວາມຮ້ອງຕ້ອງການຂອງຕະຫລາດແຮງຕໍ່ໄປ, ສຸດທ້າຍນີ້ການປ້ອງກັນບົດໂຄງການຈົບຊັ້ນໃຫ້ແກ່ນັກສຶກສາທີ່ສຳເລັດການສຶກສາໃນສົກຮຽນ 2022 - 2023 ກໍ່ໄດ້ສິ້ນສຸດລົງໃນຕອນເຊົ້າຂອງວັນທີ່ 17 ສິງຫາ 2023 ຢ່າງຈົບງາມ.


Post a Comment (0)
Previous Post Next Post
AFC-Borlikhamxay

ລາຍການກະສິກຳແລະປ່າໄມ້,ກະຊວງກະສິກຳແລະປ່າໄມ້