AFC-Borlikhamxay

ກອງປະຊຸມຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງຮາກຖານກຳມະບານທີ່ ວິທະຍາໄລກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ

 

ກອງປະຊຸມຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງຮາກຖານກຳມະບານທີ່ ວິທະຍາໄລກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ

ລະຫວ່າງ 25 - 28 ສິງຫາ 2023 ໜ່ວຍຮາກຖານກຳມະບານຫ້ອງການບໍລິຫານ ແລະ ແຜນການໄດ້ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂຶ້ນທີ່ຫ້ອງປະຊຸມຂອງຫ້ອງການບໍລິຫານ ແລະ ແຜນການ, ພາຍຫລັງໄດ້ເຂົ້າຮັບຟັງການເຊື່ອມຊືມເອກະສານເນື້ອໃນ 5 ເປັນເຈົ້າແລ້ວ ຫ້ອງການບໍລິຫານ ແລະ ແຜນການກໍ່ໄດ້ຜັນຂະຫຍາຍເນື້ອໃນເອກະສານ 5 ເປັນເຈົ້ານີ້ເຊິ່ງໄດ້ນຳພາໂດຍ: ສະຫາຍ ບຸນປະສິດ ສາຍວົງທອງ ຫົວຫນ້າໜ່ວຍ ຫ້ອງການບໍລິຫານ ແລະ ແຜນການ ແລະ ມີສະມາຊິກເຂົ້າຮ່ວມທັງໝົດ 11 ສະຫາຍ ຍິງ 6 ສະຫາຍ.
ກອງປະຊຸມໄດ້ພ້ອມກັນດຳເນີນພາຍໃຕ້ການນຳພາຂອງ ສະຫາຍ ບຸນປະສິດ ສາຍວົງທອງ ຫົວຫນ້າໜ່ວຍ ກຳມະບານຫ້ອງການບໍລິຫານ ແລະ ແຜນການ ໂດຍມີການຜ່ານບົດສຳຫຼວດການນຳພາຂອງໜ່ວຍ ແລະ ຜ່ານໃບປະເມີນຂອງບຸກຄົນພ້ອມກັນປະກອບຄຳຄິດຄຳເຫັນຕີລາຄາຈັດປະເພດບຸກຄົນ ແລະ ໜ່ວຍຕາມມາດຖານ ແລະ ເງື່ອນໄຂຢ່າງເປັນຂະບວນຟົດຟື້ນ. ມາຮອດເວລາ 15:30 ນາທີ ຂອງວັນທີ 28 ສິງຫາ 2023 ກອງປະຊຸມປະເມີນກໍ່ໄດ້ສຳເລັດລົງຢ່າງຈົບງາມ, ຫົວໜ້າໜ່ວຍກໍ່ໄດ້ສືບຕໍ່ເຮັດບົດລາຍງານສັງລວມເພື່ອສະເໜີຕໍ່ຄະນະກຳມະການປະເມີນຂັ້ນວິທະຍາໄລພິຈາລະນາຮັບຮອງຕາມລະບຽບການເພື່ອສະເໜີຍ້ອງຍໍ ແລະ ຮັບຮອງໃນຂັ້ນຕໍ່ໄປ.


Post a Comment (0)
Previous Post Next Post
AFC-Borlikhamxay

ລາຍການກະສິກຳແລະປ່າໄມ້,ກະຊວງກະສິກຳແລະປ່າໄມ້