AFC-Borlikhamxay

ວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ ໄດ້ຈັດພິທີປິດສະຫຼຸບສົກຮຽນ 2022 – 2023 ແລະ ເປີດສົກຮຽນໃໝ່ 2023 – 2024

 

ວິທະຍາໄລ ກະສິກຳ  ແລະ ປ່າໄມ້  ບໍລິຄຳໄຊ ໄດ້ຈັດພິທີປິດສະຫຼຸບສົກຮຽນ 2022 – 2023 ແລະ ເປີດສົກຮຽນໃໝ່ 2023 – 2024

ວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ ( ວກປບ ) ໄດ້ຈັດພິທີ ປິດສະຫຼຸບສົກຮຽນ 2022 – 2023 ແລະ ເປີດສົກຮຽນໃໝ່ 2023 – 2024 ຂຶ້ນໃນຕອນເຊົ້າວັນທີ 22 ກັນຍາ 2023 ທີ່ຫ້ອງສະໂມສອນຂອງວິທະຍາໄລ ກະສິ
ກຳແລະ ປ່າໄມ້ ບໍລິຄຳໄຊ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນທະວີ ໄຊຍະເພັດ ເລຂາຄະນະພັກ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງ ກະ
ສິກຳ ແລະ ປ່າໄມ້ ເຊິ່ງມີບັນດາຄະນະພັກ, ຄະນະອຳນວຍການ, ແຂກທີ່ຖືກເຊີນຈາກບັນດາກົມອອ້ມຂ້າງກະຊວງ, ຂະແໜງການອອ້ມຂ້າງ, ພະນັກ
ງານຄູ - ອາຈານ ແລະ ນັກສຶກສາພາຍໃນວິທະຍາໄລທັງໝົດເຂົ້າຮ່ວມ 123 ທ່ານ ຍິງ 68 ທ່ານ.
ກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ອະນຸມັດພິທີປິດສະຫຼຸບສົກຮຽນ 2022 - 2023 ແລະ ເປີດສົກຮຽນໃໝ່ປະຈຳປີ 2023 - 2024 ຂອງວິທະຍາໄລ ກະສິກຳ ແລະ ປ່າ
ໄມ້ ບໍລິຄຳໄຊ ສະບັບເລກທີ 3895 ນະຄອນຫຼວງວຽງຈັນ,ວັນທີ 11 ກັນຍາ 2023 ໂດຍທ່ານ ອຈ. ຄຳເສົາສີພັນທະວົງ ຫົວໜ້າຫ້ອງການບໍລິຫານ ແລະ ແຜນການ, ໃນໂອກາດດັ່ງກ່າວ ທ່ານປະລິນຍາເອກ ສຸນທອນ ດວງມາ ຮັກສາການອຳນວຍການ ວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ, ກໍ່ໄດ້ນຳສະເໜີຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2023 ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານປີ 2024; ຫລັງຈາກນັ້ນກໍ່ໄດ້ມີການມອບໃບປະກາດສະນີຍະບັດໃຫ້ແກ່ນັກສຶກສາທີ່ຈົບທັງໝົດຈຳນວນ 49 ຄົນ,ຍິງ 23 ຄົນ, ໃຫ້ກຽດການມອບໃບປະກາດສະນີຍະບັດຄັ້ງນີ້ໂດຍ ທ່ານບຸນທະວີ ໄຊຍະເພັດ ເລຂາຄະນະພັກຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງ ກະສິກຳ ແລະ ປ່າໄມ້ ແລະ ຍັງໄດ້ມອບໃບຍ້ອງຍໍຕໍ່ກັບນັກສຶກສາທີ່ຮຽນດີ - ຮຽນເກັ່ງປະກອບສ່ວນວຽກງານຂອງ ວິທະຍາໄລໃຫ້ກຽດການມອບໂດຍ ທ່ານ ປະລິນຍາເອກ ສູນທອນ ດວງມາລາ ຮັກສາການອຳນວຍການ ວິທະຍາໄລ ຢ່າງເປັນຂະບວນຟົດຟື້ນ.
ໃນຕອນທ້າຍທ່ານປະທານກໍ່ໄດ້ປະກອບຄຳຄິດເຫັນໃສ່ນິຕິກຳເນື້ອໃນບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2023 ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານປີ 2024 ພ້ອມທັງໃຫ້ທິດຊີ້ນຳຕະຫຼອດຮອດການຈັດຕັ້ງປະຕິບັດຢ່າງຮອບດ້ານໃນວຽກງານການພັດທະນາບຸກຄະບຸກລະກອນ ແລະ ພິທີກໍ່ໄດ້ປິດລົງໃນວັນດຽວກັນນັ້ນຢ່າງຈົບງາມ.




Post a Comment (0)
Previous Post Next Post
AFC-Borlikhamxay

ລາຍການກະສິກຳແລະປ່າໄມ້,ກະຊວງກະສິກຳແລະປ່າໄມ້