AFC-Borlikhamxay

ວິທະຍາໄລກະສິກຳ ແລະ ປ່າໄມ້ ບໍລິຄຳໄຊໄດ້ຈັດພິທີປາຖະກາຖາສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ.

 

ວິທະຍາໄລກະສິກຳ ແລະ ປ່າໄມ້ ບໍລິຄຳໄຊໄດ້ຈັດພິທີປາຖະກາຖາສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ.

ຕອນບ່າຍຂອງວັນທີ 15 ມັງກອນ 2024 ຜ່ານມານີ້ວິທະຍາໄລ ກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ (ວກປບ)
ໄດ້ຮັບຟັງປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ເຊິ່ງໃຫ້ກຽດປະຖະກະຖາໂດຍ ພັອ ຄຳໃສ ແພງຄູນ ເລຂາຄະນະພັກຫົວໜ້າການເມືອງກອງພັນໃຫຍ່ ຈໍ 642 ມີພະນັກງານຄູ - ອາຈານ ແລະ ນັກສຶກສາທຸກຊັ້ນຮຽນເຂົ້າຮ່ວມຈຳນວນ 63 ສະຫາຍ ຍິງ 26 ສະຫາຍ.
ໃນພິທີທ່ານ ພັອ ຄຳໃສ ແພງຄູນ ກໍ່ໄດ້ເລົ່າມູນເຊື້ອຕົ້ນກຳເນີດຂອງກອງທັບປະຊາຊົນລາວໃຫ້ຜູ້ເຂົ້າຮ່ວມພິທີໄດ້ຮັບຮູ້ຄວາມໝາຍ ແລະ ຄວາມສຳຄັນທີ່ສະແດງເຖິງມູນເຊື້ອອັນພິລະອາດຫານຂອງກອງທັບປະຊາຊົນລາວທີ່ໄດ້ຕໍ່ສູ້ຍາດເອົາເອກະລາດຈາກພວກຈັກກະພັດລ່າເມືອງຂຶ້ນໃນແຕ່ລະບັ້ນຮົບຢ່າງພິລະອາດຫານ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍໂດຍປະຕິບັດ 2 ໜ້າທີ່ຍຸດທະສາດ ກອງທັບປະຊາຊົນລາວແມ່ນຍັງເປັນເຈົ້າການປະຕິບັດຢ່າງເປັນຂະບວນການຟົດຟື້ນສະແດງເຖິງຄວາມເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານ ໃນພາກພຶ້ນ ແລະ ກຸ່ມອາຊ່ຽນຕໍ່ກັບຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນພວກເຮົາຂໍຍ້ອງຍໍສັນລະເສີນ ນາຍ ແລະ ພົນທະຫານທຸກທົ່ວໜ້າຈົ່ງປະສົບຜົນສຳເລັດຕໍ່ໜ້າທີ່ວຽກງານ, ພິທີດັ່ງກ່າວກໍ່ໄດ້ປິດລົງໃນຕອນບ່າຍໃນວັນດຽວກັນ.


Post a Comment (0)
Previous Post Next Post
AFC-Borlikhamxay

ລາຍການກະສິກຳແລະປ່າໄມ້,ກະຊວງກະສິກຳແລະປ່າໄມ້